ສະບາຍດີ ໄລຍະເວລາທີ່ຜ່ານມາ ຂ້ອຍໄດ້ເຂົ້າຮຽນຢູ່ທີ່ໂຮງຮຽນມັດທະຍົມສຶກສາສົມບູນລຳດັບທີ 1 ເມືອງຫຼ້າ ເຊິ່ງຫຼັງຈາກທີ່ໄດ້ຮຽນຈົບຕອນປາຍຂ້ອຍກໍ່ໄດ້ຮັບທືນມາສຶກສາຕໍ່ຢູ່ປະເທດລາວ ໄດ້ຮັບໃບຢັ້ງຢືນຈາກໂຮງຮຽນ ວິທະຍາໄລຄູ ຄັງໄຂ ແຂວງຊຽງຂວາງ.
ໃນເວລາທີ່ໄດ້ຮັບໜັງສືແຈ້ງການຂອງໂຮງຮຽນ ແລະ ໃບຢັ້ງຢືນມາຈາກໂຮງຮຽນ ວິທະຍາໄລຄູຄັງໄຂ ຕອນນັ້ນຂ້ອຍຢູ່ໃນສະງົບ ໄດ້ຍີນຂ່າວນີ້ທາງຄອບຄົວ ແລະ ໝູ່ຂອງຂ້ອຍມີຄວາມຍີນດີນຳຂ້ອຍຫຼາຍ ໃຜກໍ່ສະໜັບສະໜູນຢາກໃຫ້ຂ້ອຍມາຮຽນຢູ່ປະເທດລາວ,ແດ່ຂ້ອຍຮູ້ສຶກວ່າເສຍໃຈຫຼາຍ ເພາະຄວາມຮູ້ສຶກໄດ້ຖືກຫຼອກລອງບໍ່ໄດ້ໄປຕາມແຜນການຕົນເອງ ເພາະໃນເວລານັ້ນພໍ່ແມ່ສັນຍາກັບຂ້ອຍວ່າ ຂ້ອຍຊິໄດ້ມາຮຽນຢູ່ມະຫາວິທະຍາໄລແຫ່ງຊາດລາວ ແລ້ວຂ້ອຍຈື່ງຕົກລົງມາສຶກສາຕໍ່ປະລິນຍາຕິຢູ່ລາວ ແຕ່ສະພາບຕົວຈິງບໍ່ໄດ້ໄປຕາມແຜນການ ຂ້ອຍມີຄວາມເສຍໃຈຫຼາຍທີ່ໄດ້ຕັດສິນໃຈຄັດເລື່ອກມາທາງນີ້.
ສອງສາມມື້ຕໍ່ມາໄດ້ຮັບສາຍໂທຈາກຄູອາຈານບອກວ່າຕ້ອງໄດ້ກະກຽມເຄື່ອງຈຳເປັນທີ່ໄປຢູ່ຕ່າງປະເທດ ວາງສາຍໂທລະສັບນໍ້າຕາໄຫຼລົງ ເພາະຂ້ອຍຈິນຕະນາການໃນອະນາຄົດທີ່ຂ້ອຍໄດ້ໄປຮຽນຢູ່ລາວ ໄປຮອດບ່ອນບໍ່ຄຸ້ນເຄີຍ ບໍ່ມີເພື່ອນ ບໍ່ມີພີນ້ອງ ບໍ່ຮູ້ພາສາລາວ ພາສາອັງກິດກໍ່ບໍ່ເກັ່ງ ຂ້ອຍຊິດຳລົງຊີວິດແນວໃດ? ຄິດໄປຄິດມານໍ້າຕາໄຫຼລົງບໍ່ເຄີຍຢຸດ ພໍ່ແມ່ເຫັນຂ້ອຍເປັນແນວນີ້ເພີ່ນເປັນຫ່ວງຫຼາຍ ເພີ່ນກໍ່ໄຫ້ພ້ອມຂ້ອຍ ຂໍໂທດຂ້ອຍທີ່ເພີ່ນຮູ້ສຶກແນະນຳຜິດໃຫ້ລູກ ໃນເວລານັ້ນເພີ່ນຄິດວ່າ ຢູ່ມະຫາວິທະຍາໄລແຫ່ງຊາດລາວມີເອື້ອຍຜູ້ໜຶ່ງຮຽນຢູ່ຫັ້ນແລ້ວ ຖ້າຂ້ອຍໄປຮຽນຢູ່ຫັ້ນກໍ່ພໍຈະມີຄົນດູແລ ແລະ ຊ່ວຍເຫຼືອຂ້ອຍ ແຕ່ຕົວຈິງບໍ່ແມ່ນແນວນັ້ນ. ຕໍ່ມາພໍ່ແມ່ໄດ້ໃຫ້ຄຳແນະນຳ ແລະ ກຳລັງໃຈ ທີ່ຈະໄປສຶກສາຕໍ່ ເພີ່ນມີຄວາມສະໜັບສະໜູນທີ່ເປັນກຳລັງໃຈເຂັ່ມແຂງໃຫ້ຂ້ອຍສະເໝີ. ເພາະຮຽນຮູ້ພາສາຕ່າງປະເທດມີຜົນດີຢ່າງຫຼວງຫຼາຍຕໍ່ການພັດທະນາໃນອະນາຄົດ.
ຈົນເຖິງໃນວັນນີ້ ຂ້ອຍມາຢູ່ລາວເວລາເກືອບຮອດ 1 ປີແລ້ວ ຄິດຮອດຍາມຫາກໍມາຢູ່ລາວ ຂ້ອຍບໍ່ໄດ້ລື້ງຢູ່ທີ່ນີ້ ເພາະຢູ່ທີ່ນີ້ທຸກສິ່ງທຸກຢ່າງບໍ່ຄຸ້ນເຄີຍກັບຂ້ອຍ ບໍ່ຄຸ້ນເຄີຍເດີນບານ ບໍ່ຄຸ້ນເຄີຍຫ້ອງຮຽນ ບໍ່ຄຸ້ນເຄີຍຄູອາຈານ ນັກສຶກສາທັງໝົດ ແລະ ກໍ່ບໍ່ຄຸ້ນເຄີຍສະພາບແວດລ້ອມທີ່ນີ້ ຄວາມຫຍຸ້ງຍາກໃນເວລາສື່ສານພາສາຕ່າງໆ. ແລ້ວບໍ່ໄດ້ເຫັນໃບໜ້າທີ່ຄຸ້ນເຄີຍດຽວຄືແຕ່ກີ້ແລ້ວ ຄົນທີ່ເຂົ້າມາແທນດ້ວຍເປັນກຸ່ມໃໝ່ນີ້ຂ້ອຍບໍ່ໄດ້ຮູ້ຈັກໃຜຈັກຄົນ ໃນເວລານັ້ນຂ້ອຍບໍ່ສາມາດເວົ້າໄດ້ວ່າໃນໃຈຂ້ອຍບໍ່ມີຄວາມຢ້ານ.
ຫ້ອງຮຽນໃໝ່ມີນັກສຶກສາ 6 ຄົນ ມີນັກສຶກສາມາຈາກປະເທດຫວຽດນາມ 3 ຄົນ ແລະ ມາຈາກປະເທດຈີນ 3 ຄົນ. ມາເຂົ້າຮຽນປີທີ່ 1 ພວກຂ້ອຍຕ້ອງໄດ້ຮຽນປີກຽມໜື່ງປີແລ້ວຖ້າເສັງຜ່ານຈຶ່ງໄດ້ເຂົ້າສາຍຮຽນປີ 1 ຕໍ່ ເພາະວ່າພວກຂ້ອຍເປັນນັກສຶກສາຕ່າງປະເທດ ຜູ້ໃດກໍ່ບໍ່ໄດ້ພາສາລາວ ຄັນບໍ່ຮຽນປີກຽມພາສາລາວກ່ອນ ໂດຍເຂົ້າສາຍຮຽນປີ 1 ນຳນັກສຶກສາລາວມັນເປັນໄປບໍ່ໄດ້ . ຕອນຮຽນປີກຽມມີແຕ່ຂຶ້ນຫ້ອງຮຽນໜັງສື ແລະ ເລີກຮຽນແລ້ວກັບໄປຫໍພັກພຽງສອງຢ່າງ ບໍ່ໄດ້ມີການສົນທະນາລົມດຽວຢູ່ໃນຫ້ອງເປັນງຽບໆ ບໍ່ໄດ້ມີຄວາມຊີວິດຊີວາຈັກໜ້ອຍ ແລ້ວຄວາມມິດກໍ່ໄດ້ເພີ່ມຄວາມເຫງົາຂ້ອຍຫຼາຍຂຶ້ນຕະຫຼອດ.
ຂ້ອຍກັບເພື່ອນຄົນຈີນສອງຄົນນັ້ນພັກຢູ່ຕຶກໃນໂຮງຮຽນ ຍາມນີ້ຂ້ອຍກໍ່ຍັງຈື່ໄດ້ຢູ່ວ່າໜ້າອາຍຂອງເຂົາເຈົ້າສອງຄົນເປັນແນວໃດ? ມື້ແລງວັນນັ້ນ ພວກຂ້ອຍກຽມໄປອາບນໍ້າ ຍ່າງໄປຮອດຫ້ອງນໍ້າແລ້ວຈຶ່ງຮູ້ວ່າຂາດນໍ້າ ເວລາພວກຂ້ອຍຍ່າງກັບຫ້ອງເຫັນພວກນັກສຶກສາລາວຈັບຄູ້ຊິໄປອາບນໍ້າ,ຂ້ອຍຖາມເຂົາເຈົ້າ ຊິໄປອາບຢູ່ໃສ?ແລ້ວເຂົາເຈົ້າຊວນໄປວ່າອາບຢູ່ລຸ້ມຫັ້ນ ແລ້ວພວກຂ້ອຍກໍ່ບໍ່ໄດ້ຄິດຫຼາຍຍ່າງຕາມເຂົາເຈົ້າໄປເລີຍ ຍອມແຕ່ມີນໍ້າອາບກໍ່ພໍ. ແຕ່ຍ່າງໄປຮອດບ່ອນອາບນໍ້າພວກຂ້ອຍຕື່ນຈົນບໍ່ຮູ້ຊິຢູ່ແນວໃດ? ເພາະວ່າໝູ່ຄົນລາວເຂົາເຈົ້າພາພວກຂ້ອຍໄປອາບຢູ່ນໍ້າສ້າງ ພວກຂ້ອຍເຫັນແລ້ວຕົກໃຈໝົດ ບໍ່ເຄີຍຄິດເລີຍວ່າຊິໄດ້ມາອາບນໍ້າສ້າງ ແລະ ກໍ່ບໍ່ເຄີຍເຫັນຜູ້ຍີ່ງກັບຜູ້ຊາຍຊິອາບນຳລວມດຽວແບບນີ້ຈັກເທືອ ຄິດສະພາບບໍ່ອອກວ່າຊິອາບຢູ່ນີ້ແນວໃດ? ຄິດໄປຄິດມາພວກຂ້ອຍເກືອບຊິຍ່າງກັບຫໍພັກແລ້ວ ແຕ່ມີໝູ່ຄົນໜຶ່ງວ່າ ຄັນພວກເຮົາຍ່າງກັບແລ້ວ ມື້ນີ້ກໍ່ບໍ່ໄດ້ອາບນໍ້າແລ້ວເດີ້ ຫໍພັກຂາດນໍ້າເປັນອາທິດ ມື້ນີ້ບໍ່ອາບມື້ໜ້າກໍ່ຊິໄດ້ມາອາບຢູ່ນີ້ຄືເກົ່າ ແລ້ວພວກຂ້ອຍກໍ່ໄດ້ຕົກລົງອົດອາບຢູ່ນີ້ເລີຍ. ຄິດໄປໃນອານາຄົນວ່າຊິໄດ້ມາອາບຢູ່ນໍ້າສ້າງນີ້ຕະຫຼອດ ອາບໄປອາບມາຂ້ອຍເກືອບໄຫ້ຢູ່ນໍ້າສ້າງຫັ້ນອີກແລ້ວ ຄິດໄປຊີວິດໄດ້ມາສຶກສາຢູ່ຕ່າງປະເທດນີ້ຄືວ່າທຸກຍາກທໍລະມານແທ້ ຕອນນັ້ນມີແຕ່ຄວາມຄິດຮອດບ້ານ ຄິດຮອດພໍ່ແມ່ ຢາກກັບໄປຢູ່ບ້ານຈົນບໍ່ຢາກຢູ່ທີ່ນີ້ເລີຍ ເພາະວ່າບໍ່ຮູ້ຊິຢູ່ທີ່ນີ້ຕໍ່ໄປແນວໃດ?
ຈົບເລື່ອງອາບນໍ້ານີ້ຍັງມີເລື່ອງໃໝ່ເກີດຂຶ້ນອີກແລ້ວ ປະສົບການທີ່ມາຈາກເລື່ອງນີ້ເຮັດໃຫ້ຂ້ອຍໜ້າຈົດຈຳໝົດຊາດນີ້ກໍ່ຄືຊິລືມບໍ່ໄດ້ແລ້ວ. ເລື່ອງນີ້ເປັນເລື່ອງດຳລົງຊີວິດພວກຂ້ອຍສາມຄົນທີກິນເຟີ 2 ເດືອນ ແລະ ກິນໄກ່ຕົ້ມຕໍ່ 2 ອາທິດ. ຢູ່ໃນໂຮງຮຽນ ວິທະຍາໄລຄູ ຄັງໄຂ ນີ້ບໍ່ມີໂຮງອາຫານ ນັກສຶກສາໄດ້ແຕ່ງກິນເອງ ພວກຂ້ອຍກໍ່ໄດ້ແຕ່ງກິນເອງຄືກັນ ແຕ່ເວລາຂາດນໍ້າພວກຂ້ອຍກໍ່ໄດ້ອອກໄປກິນເຂົ້າຢູ່ທີ່ຮ້ານອາຫານນາງ ຫຼ້າ ທີ່ລຸ່ມໂຮງຮຽນ.
ຕອນເຊົ້າວັນນັ້ນ ພວກຂ້ອຍອອກໄປກິນເຂົ້າເຊົ້າ ແຕ່ບໍ່ຮູ້ສັ່ງອາຫານ ແລ້ວຂ້ອຍແຊັດຖາມໝູ່ຂ້ອຍຜູ້ໜຶ່ງທີເຄີຍຢູ່ຊຽງຂວາງມາກ່ອນວ່າ ຢູ່ຊຽງຂວາງຕອນເຊົ້າເຂົາເຈົ້າສ່ວນຫຼາຍມັກກິນຫຍັງແດ່? ໝູ່ຂ້ອຍລະຕອບວ່າ ຢູ່ຊຽງຂວາງເຂົາເຈົ້າສ່ວນຫຼາຍມັກກິນເຟີ ແລ້ວຂ້ອຍກໍ່ຈື່ໄດ້ແຕ່ຄຳນີ້ ເວລາຫໍພັກຂາດນໍ້າ ພວກຂ້ອຍອອກໄປກິນເຂົ້າກໍ່ສັ່ງແດ່ເຟີຢ່າງດຽວ ເພາະບໍ່ຮູ້ເວົ້າພາສາລາວ ຮູ້ເວົ້າແດ່ເຟີແລ້ວກໍ່ພາກັນກິນແດ່ເຟີເລີຍ ກິນທຸກໆເຊົ້າ ສວາຍ ແລງ ມີເທືອໜຶ່ງຂ້ອຍຄິດວ່າຊິລອງເຂົ້າໄປເຮືອນຄົວຊີ້ປະເພດອາຫານແລ້ວ ແຕ່ໜ້າອາຍໃຈບໍ່ກ້າ ຄົນກິນເຂົ້າຢູ່ຮ້ານຫັ້ນຫຼາຍໂພດ. ພວກຂ້ອຍໄປກິນເຂົ້າທຸກມື້ກໍ່ມີແຕ່ກິນເຟີຢ່າງດຽວ ຮູ້ສຶກວ່າອາຍເຈົ້າຂອງຮ້ານຫຼາຍ ແລ້ວພວກຂ້ອຍໄດ້ພາກັນປ່ຽນໄປກິນຢູ່ຮ້ານອື່ນແດ່ ທຸກໆຕອນເຊົ້າ ຕອນສວາຍ ແລະ ຕອນແລງເວລາໃນຫໍພັກຂາດນໍ້າ ກິນໄປເກືອບຮອດ 2 ເດືອນຈົນເບື່ອ ເຫັນເຟີຈົນປວດຫາກ. ຫລັງຈາກນັ້ນໝູ່ຂ້ອຍບອກຂ້ອຍລອງເວົ້າພາສາໄທລື້ໃຫ້ເຂົາເຈົ້າເບິ່ງ ບາງເທືອເຂົາເຈົ້າກໍ່ຊິເຂົ້າໃຈບໍ່ ແລ້ວຂ້ອຍກໍ່ລອງເວົ້າໄປວ່າ ມີໄກ່ບໍ່ ເຈົ້າຂອງຮ້ານຕອບວ່າ ມີ ພວກຂ້ອຍລະດີໃຈແທ້ວ່າເຂົາເຈົ້າຟັງເຂົ້າໃຈແລ້ວ ພວກຂ້ອຍກໍ່ໄດ້ປ່ຽນກິນອາຫານໃໝ່ແລ້ວ. ເວລາຕໍ່ໄປພວກຂ້ອຍກິນໄກ່ອີກ 2 ອາທິດ ຫຼັງຈາກນັ້ນອີກບໍ່ດົນ ພວກຂ້ອຍໄດ້ພົບກັບບົດຮຽນອາຫານລາວ ໄດ້ຮຽນໄປຕາມປືມແລະ ສົນທະນານຳຄູອາຈານ ພວກຂ້ອຍຈຶ່ງໄດ້ຮັບຮູ້ວ່າປະເພດອາຫານລາວມີແນວໃດແດ່ ມີຊື່ວ່າຫຍັງແດ່? ເລີກຮຽນແລ້ວ ພວກຂ້ອຍໄປກິນເຂົ້າຢູ່ຮ້ານອາຫານອີກ ຄິດຫາບົດຮຽນແລ້ວກໍ່ສັ່ງອາຫານຕາມບົດຮຽນໄປ ພວກຂ້ອຍຈຶ່ງໄດ້ກິນອາຫານແນວໃໝ່ເປັນປົກກະຕີ. ເວລາພວກຂ້ອຍກັບໄປຫໍພັກແລ້ວ ກໍ່ໄປລົມພາສາລາວກັບໝູ່ຄົນລາວຕະຫລອດ ມີຫຍັງບໍ່ເຂົ້າໃຈກະຖາມເຂົາເຈົ້າ ຕໍ່ມາໃນການເວົ້າ ແລະ ການຟັງຂອງພວກຂ້ອຍຈຶ່ງໄດ້ມີການພັດທະນາດີກວ່າເກົ່າເລື້້້້ອຍໆ ຕໍ່ໄປພວກຂ້ອຍກໍ່ຈຶ່ງໄດ້ດຳລົງຊີວິດເປັນປົກກະຕິຕໍ່ການມາສຶກສາຮໍ່າຮຽນຢູ່ປະເທດລາວ.
ເວລາຜ່ານໄປ ແລະ ຜ່ານມາ ພວກຂ້ອຍກໍ່ໄດ້ຮຽນຈົບປີກຽມພາສາລາວແລ້ວ ຂ້ອຍເສັງໄດ້ຄະແນນ A ໂດຍສາມາດເຂົ້າຮຽນສາຍຄູ ພາສາລາວ - ວັນນະຄະດີ ກັບນັກສຶກສາລາວໄດ້. ໃນຊາດໜື່ງຂອງຄົນເຮົາທີ່ດຳລົງຊີວິດຢູ່ໃນຄວາມຫວັງ ຫວັງວ່າຊີວິດຈະມີແຕ່ສິ່ງດີໆເຂົ້າມາ ບໍ່ຢາກພົບກັບອຸປະສັກຄວາມທຸກຍາກ. ແຕ່ສຳລັບຂ້ອຍ ໂຮງຮຽນໃໝ່ ເລື່ອງຊີວິດໃໝ່ ເຂດໃໝ່ ອຸປະສັກທີເຄີຍເຂົ້າມາໃນຊີວິດ, ກໍ່ເປັນການເດີນທາງໃຫ້ຂ້ອຍໄດ້ພົບກັບສິ່ງທີສວຍງາມ ແຕ່ແນວໃດກໍ່ຕາມ ສຸດທ້າຍກໍໄດ້ຮັບເອົາ ແລະ ແກ້ໄຂບັນຫາດັ່ງກ່າວນີ້ໄດ້ຜ່ານໄປດ້ວຍດີ ແລະ ເປັນປະສົບການທີມີຄຸນຄ່າຢ່າງຍິ່ງຕໍ່ກັບອະນາຄົດຂອງຂ້ອຍຫຼາຍ.
ແຕ່ງໂດຍ:ອາຈານແສງ (ສີພັນ)
作者:湄河嘎萨隆