在中国古代的一个时期,有一个很伟大的思想家孟子。孟子的母亲,世人称她孟母。孟子小时候非常调皮,在孟子三岁那年,父亲去世了。孟母为了让他受好的教育,花了很多心血,也为了把儿子培养成一位有学问的人,母亲对孟子的教育非常严格。
开始,他们住在一片墓地附近,由于常常看见出殡场面,孟子与小伙伴一起学着大人跪拜、哭嚎的样子,玩起来办理丧事的游戏。孟子的妈妈看到了说:“这个地方不适合孩子居住”。于是孟子的妈妈就带着孟子搬到市集旁边居住。孟子学了些做买卖和屠杀的东西,孟子又和小伙伴学起商人做生意的样子。一会儿鞠躬欢迎客人、一会儿招待客人、一会儿又像工作人员一样推销产品。孟子的母亲知道了,又想:“这个地方也还不适合我的孩子居住”。于是,他们又搬家了。这一次,他们搬到了学校附近。孟子开始变得守秩序、懂礼貌、喜欢看书。这个时候,孟子的妈妈很满意地点着头说:“这才是我儿子应该住的地方呀!”后来,孟子成为中国古代伟大著名的思想家、教育家,这与早期母亲的影响和选择生活、学习环境是分不开的。
后来,大家就用“孟母三迁”的故事来表示人应该要接近好的人、事、物,才能学习到好的习惯。
ສະໄໝບູຮານຈີນຊ່ວງໄລຍະໜຶ່ງ ມີນັກຄິດ、ນັກການສຶກສາທີ່ຍິ່ງໃຫຍ່ທ່ານໜຶ່ງ ຊື່ວ່າ:“ເມິ້ງຈື”. ແມ່ຂອງເມິ້ງຈື ເຂົາເຈົ້າເອີ້ນວ່າ:ແມ່ເມິ້ງຈື. ຕອນເມິ້ງຈືຍັງນ້ອຍ ເມິ້ງຈືຂີ້ດື້ຫຼາຍ ເມື່ອເມິ້ງຈືອາຍຸໄດ້ 3 ປີ ພໍ່ຂອງເມິ້ງຈືເສຍຊີວິດໄປ ແມ່ຂອງເມິ້ງຈືໄດ້ຄິດຫຼາຍວິທີທາງເພື່ອຢາກໃຫ້ລູກຊາຍໄດ້ຮັບການສຶກສາທີ່ດີ ແລະ ເພື່ອຢາກຝຶກໃຫ້ລູກຊາຍຂອງລາວໃຫ້ກາຍເປັນຄົນທີ່ມີຄວາມຮູ້ສູງ ແລ້ວແມ່ຂອງເມິ້ງຈືມີຄວາມເຄັ່ງຄັດກັບການສຶກສາຕໍ່ເມິ້ງຈືຫຼາຍ.
ທຳອິດ,ທີ່ຢູ່ອາໄສເຂົາເຈົ້າຈະໃກ້ກັບປ່າຊ້າ ເມື່ອຢູ່ໃນໝູ່ບ້ານມີຄົນເສຍຊີວິດ ສົ່ງສະການ ແລະ ເມິ້ງຈືກັບເດັກນ້ອຍແຖວບ້ານໄດ້ເຫັນຜູ້ໃຫຍ່ນົບໄຫວ້ຄົນເສຍຊີວິດ ແລະ ຮ້ອງໄຫ້ ແລ້ວເມິ້ງຈືກັບເດັກນ້ອຍແຖວບ້ານກໍໄດ້ຮຽນຜູ້ໃຫຍ່ນົບໄຫວ້ ແລະ ຮ້ອງໄຫ້ຕ່າງໆທີ່ເລື່ອງກ່ຽວກັບສົ່ງສະການເອົາກາຍມາເປັນເກມຫຼິ້ນກັບພວກເດັກນ້ອຍແຖວບ້ານ. ແມ່ຂອງເມິ້ງຈືມາເຫັນແລ້ວ ເວົ້າວ່າ:ສະຖານທີ່ຢູ່ອາໄສບ່ອນນີ້ບໍ່ເໝາະສົມກັບລູກຊາຍຂອງລາວພັກຢູ່ອາໄສ. ສະນັ້ນ,ແມ່ເມິ້ງຈືໄດ້ພາເມິ້ງຈືຍ້າຍເຮືອນໄປຢູ່ຂ້າງຕະຫຼາດ ຫຼັງຈາກນັ້ນ ເມິ້ງຈືກໍໄດ້ຮຽນຮູ້ການຄ້າຂາຍ ແລະ ການຂ້າສັດຕ່າງໆ ແລ້ວກໍຮ່ວມກັບເດັກນ້ອຍແຖວຕະຫຼາດຮຽນແບບຄ້າຂາຍເປັນພໍ່ຄ້າຂາຍເຄື່ອງ,ທັງບໍລິການຕ້ອນຮັບລູກຄ້າເຂົ້າຊື້ເຄື່ອງຕ່າງໆ ແລະ ເປັນພະນັກງານສົ່ງເສີມຜະລິດຕະພັນພ້ອມ ຈາກນັ້ນ ແມ່ເມິ້ງຈືໄດ້ພົບເຫັນສະພາບຕອນລູກຊາຍຄ້າຂາຍເຄື່ອງ ແລ້ວຄິດວ່າ:ສະຖານທີ່ບ່ອນນີ້ກໍຍັງບໍ່ໄດ້ເໝາະສົມກັບລູກຊາຍຢູ່ອາໄສເປັນປະຈຳເທືອ ຫຼັງຈາກນັ້ນ ແມ່ຂອງເມິ້ງຈືກໍໄດ້ພາເມິ້ງຈືຍ້າຍເຮືອນອີກ. ເທືອນີ້,ເຂົາເຈົ້າຍ້າຍໄປຢູ່ໃກ້ໂຮງຮຽນ ຈາກນັ້ນເມິ້ງຈືກໍເລີ່ມປ່ຽນເປັນຄົນທີ່ມີລະບຽບ ມີມາລະຍາດ ແລະ ມັກຮຽນໜັງສື. ເວລານີ້,ແມ່ຂອງເມິ້ງຈືຈິ່ງພໍໃຈ ແລະ ເວົ້າວ່າ:ນີ້ຈິ່ງແມ່ນບ່ອນທີ່ລູກຊາຍຂ້ອຍຄວນພັກຢູ່ອາໄສ ແລ້ວໄດ້ຕັ່ງຖິ່ນຖານຢູ່ທີ່ນີ້ເປັນເວລາດົນນານ. ຫຼັງຈາກນັ້ນເມິ້ງຈືກໍ່ໄດ້ກາຍເປັນນັກຄິດ、ນັກການສຶກສາທີ່ຍິ່ງໃຫຍ່ມີຊື່ສຽງໃນບູຮານຈີນຈົນເຖິງປັດຈຸບັນ ນີ້ກໍ່ແມ່ນສິ່ງທີ່ແຍກອອກຈາກອິດທິພົນຈາກແມ່ ແລະ ການເລືອກຊີວິດ、ສະພາບແວດລ້ອມການຮຽນຮູ້ຕອນເມິ້ງຈືໃນໄວເດັກບໍ່ໄດ້.
ຕໍ່ມາ,ທຸກໆຄົນກໍໄດ້ໃຊ້ນິທານ “ແມ່ເມິ້ງຈືຍ້າຍເຮືອນສາມເທືອ” ນີ້ເພື່ອສະແດງວ່າຄົນເຮົາຄວນຈະໃກ້ຊິດກັບຄົນ ແລະ ສິ່ງຕ່າງໆທີ່ດີ ເພື່ອສາມາດຮຽນຮູ້ໄດ້ນິໄສທີ່ດີ.
ຄຳຖາມ:
1.ເລື່ອງ (ນິທານ) ຫຍັງ?
2.ໃຜເປັນຜູ້ແຕ່ງ?
3.ຫົວເລື່ອງເວົ້າເຖິງຫຍັງ?
4.ກະທຸ້ຂອງນິທານເວົ້າເຖິງຫຍັງ?
5.ມີຕົວລະຄອນໃດແດ່?
6.ຕົວລະຄອນທີ່ເປັນພັນທະຮູບຕົວແບບແມ່ນຕົວລະຄອນໃດ? ສະແດງອອກຄືແນວໃດ? (ວິເຄາະຕົວລະຄອນດັ່ງກ່າວ)
7.ການພົວພັນລະຫວ່າງຄຸນລັກສະນະຂອງຕົວລະຄອນກັບສະພາບແວດລ້ອມສະແດງອອກຄືແນວໃດ?
问题:
1.故事名称叫什么?
2.作者是谁?
3.故事主题是什么?
4.故事主要情节的内容总结是什么?
5.有哪些人物?
6.哪个人物是榜样角色?表现在什么地方?(人物分析)
7.故事人物与周围环境之间的属性关系表现在哪些地方?
ຕອບ:
1.ຊື່ນິທານ:ຄຳສຸພາສິດເກົ່າຈີນ ແມ່ເມິ້ງຈືຍ້າຍເຮືອນສາມເທືອ
2.ຊື່ນັກປະພັນ:ນັກປະພັນບູຮານຈີນ ທ່ານ:ຫຼີວແຊ່ງ
3.ຫົວເລື່ອງເວົ້າເຖິງ:ແມ່ເມິ້ງຈືໄດ້ຍ້າຍເຮືອນເລື້ອຍໆເພື່ອເລືອກສະພາບແວດລ້ອມທີ່ດີເພື່ອສັ່ງສອນສຶກສາລູກ.
4.ກະທຸ້ຂອງນິທານ:
-ເວົ້າເຖິງການດຳລົງຊີວິດຂອງຄົນເມື່ອຕົກຢູ່ໃນສະພາບແວດລ້ອມແນວໃດກໍ່ຈະເຮັດໃຫ້ມີອິດທິຜົນສົ່ງຜົນມາເຖິງຕົນເອງ.
-ເວົ້າເຖິງຄວາມທະເຍີທະຍານຂອງແມ່ທີ່ຢາກໃຫ້ລູກມີຄວາມຮູ້ຄວາມສາມາດ.
5.ມີ 2 ຕົວລະຄອນຄື:ແມ່ເມິ້ງຈື、ເມິ້ງຈື.
6.ຕົວລະຄອນທີ່ເປັນພັນທະຮູບຕົວແບບແມ່ນຕົວລະຄອນ ແມ່ເມິ້ງຈື. ສະແດງອອກເຊິ່ງ ແມ່ເມິ້ງຈືເພື່ອເລືອກສະພາບແວດລ້ອມການຮຽນຮູ້ທີ່ດີເພື່ອສຶກສາເມິ້ງຈື ໃຫ້ເມິ້ງຈືໄດ້ຮັບການສຶກສາທີ່ດີ ມີຄວາມອົດທົນຫຼາຍຕໍ່ກັບການຍ້າຍເຮືອນຫຼາຍເທືອ ຈົນກວ່າຊອກເຫັນບ່ອນທີ່ເໝາະສົມຕໍ່ເມິ້ງຈືສຶກສາຮຳ່ຮຽນຈິ່ງບໍ່ຍ້າຍເຮືອນ.
-ວິເຄາະຕົວລະຄອນ:
+ແມ່ເມິ້ງຈືເປັນຜູ້ຍິງທີ່ຍິ່ງໃນບູຮານຈີນ ມີຊື່ສຽງຍ້ອນວິທີການສັ່ງສອນ ແລະ ດິ້ນຮົນເຮັດທຸກຢ່າງເພື່ອລູກມີຄວາມຮູ້ຄວາມສາມາດ.
+ແມ່ເມິ້ງຈືຮັກລູກກວ່າຊີວິດຕົນ ຢາກໃຫ້ລູກປະສົບຜົນສຳເລັດໃນການຮຽນ ມີຄວາມອົດທົນຫຼາຍ,ບໍ່ວ່າຈະຜ່ານໄປຫຼາຍສິບປີຄວາມສັ່ງສອນກໍ່ຍັງມີດັ່ງເດີມ. ມີຄວາມເຄັ່ງຂັດ ແລະ ຄົງດຳເນີນຕໍ່ໆມາ ບໍ່ເຄີຍຫຼຸດຜ່ອນຄາຍການສຶກສາຕໍ່ລູກຊາຍ ຈົນກວ່າເຮັດໃຫ້ລູກຊາຍຜົນສຳເລັດ ຍິ່ງໄປກວ່ານັ້ນແມ່ເມິ້ງຈືກໍໄດ້ກາຍເປັນແມ່ແບບທີ່ມີຊື່ສຽງເປັນເວລາດົນນານຈົນເຖິງປັດຈຸບັນ ແລະ ເປັນແຜນການສອນສົມບູນທີ່ຄົບຊຸດໃຫ້ແກ່ສຳລັບແມ່ຂອງຄົນລຸ້ນຕໍ່ໄປ.
7.ການພົວພັນລະຫວ່າງຄຸນລັກສະນະຂອງຕົວລະຄອນກັບສະພາບແວດລ້ອມສະແດງອອກຄື:ແມ່ເມິ້ງຈືຢາກເຝິກໃຫ້ລູກຂອງລາວເປັນຄົນທີ່ມີຄວາມຮູ້ຄວາມສາມາດ ເນືອງຈາກນັ້ນປະເທດຈີນໃນສະໄໝບູຮານຊ່ວງໄລຍະນັ້ນຍັງບໍ່ທັນມີຜູ້ທີ່ມີຄວາມຮູ້ຄວາມສາມາດສູງຫຼາຍ ແລ້ວສະພາບແວດລ້ອມຕົວນັ້ນໄດ້ຊຸກດັນໃຫ້ແມ່ເມິ້ງຈືຫັ້ນມີຄວາມທະເຍີທະຍານໃຫ້ລູກຊາຍຂອງຕົນມີຄວາມເກັ່ງກ້າສາມາດ ແມ່ກະເລີຍໄດ້ຊອກຫາທິດທາງເພື່ອເຮັດໃຫ້ລູກຊາຍຂອງຕົນໄດ້ສຶກສາຮຳ່ຮຽນທີ່ໄດ້ຮັບການສຶກສາທີ່ດີ.
回答:
1.成语故事:孟母三迁
2.作者:西汉·刘向 «烈女传·卷一·母仪»
3.故事主题:即孟轲 (孟子) 的母亲为选择良好的环境教育孩子,多次迁居.
4.故事主要情节的内容总结:
-主要讲人们无论生活在什么样的环境都会受其影响。
-讲一个母亲想让自己的孩子成为一个有学问的人。
5.有两个人物:孟母、孟轲(孟子)
6.孟母是此故事的榜样人物,反应孟母为了选择良好的学习环境来教育孟子,让孟子受到好的教育,不畏幸苦、多次迁居,直到找到适合孟子学习的地方才罢休。
-人物分析:
+孟母是位中国古代伟大的女性,以教子有方著称。
+孟母爱子如命,盘子成龙、含辛茹苦,数十年如一日,严厉坚持,毫不放松对孟子的教育,既成就了孟子,更为后世的母亲留下一套完整的教子方案。
7.故事人物与周围环境之间的属性关系反应在:孟母教育孟子想让孟子成为一个有学问的人,在当时中国古代还没有很多有学问的人,然后其环境让孟母想培养孩子成为一个有思想文化的人,所以孟母倾其所有,找尽一切办法来帮助孟子受到良好的教育和有一个好的学习环境。
ແປດ້ວຍ:ອາຈານແສງ(ສີພັນ)
翻译及分析:湄河嘎萨隆